ADB - Asian Development Bank

05/02/2024 | Press release | Distributed by Public on 05/03/2024 06:37

თანამშრომლობას შეუძლია კარეკის რეგიონში ვაჭრობით გამოწვეული ნახშირბადის კვალის შემცირება — ADB

ນະຄອນຫຼວງເທິະບີລີຊີ, ຈໍເຈຍ (2 ພຶດສະພາ) -ການພັດທະນາຂອງພາກພື້ນອາຊີ ແລະ ປາຊີຟິກ ແມ່ນບໍ່ທັນໄດ້ກຽມພ້ອມ ເພື່ອຈະຮັບປະກັນສະຫວັດດີການຂອງປະຊາກອນຜູ້ສູງອາຍຸທີ່ເພີ່ມຈຳນວນສູງຂຶ້ນຢ່າງວ່ອງໄວ, ເນື່ອງຈາກ ອັດຕາສ່ວນຈຳນວນຜູ້ສູງອາຍຸທີ່ເພີ່ມຂຶ້ນຢູ່ໃນພາກພື້ນປະເຊີນກັບສິ່ງທ້າທາຍ ນັບຈາກອັດຕາປົກຄຸ້ມເງິນບໍານານຕໍ່າ ຈົນເຖິງ ບັນຫາສຸຂະພາບ, ຄວາມໂດດດ່ຽວໃນສັງຄົມ, ແລະການເຂົ້າເຖິງການບໍລິການທີ່ຈໍາເປັນຢ່າງຈໍາກັດ.

ໃນຂະນະທີ່ິ ການມີອາຍຸຍືນຂຶ້ນສະທ້ອນໃຫ້ເຫັນເຖິງຜົນສໍາເລັດຂອງການພັດທະນາຂອງພາກພື້ນ, ການປະຕິຮູບນະໂຍບາຍຢ່າງຮອບດ້ານແມ່ນມີຄວາມຈໍາເປັນອັນຮີບດ່ວນ ເພື່ອສະໜັບສະໜູນສະຫວັດດີການຂອງຜູ້ສູງອາຍຸ, ອີງຕາມບົດລາຍງານທີ່ມີຫົວຂໍ້ຊື່ວ່າ ການມີອາຍຸສູງທີ່ດີໃນອາຊີ: ບົດລາຍງານນະໂຍບາຍການພັດທະນາອາຊີ (Aging Well in Asia: Asian Development Policy Report), ທີ່ໄດ້ນໍາມາເຜີຍແຜ່ໂດຍ ທະນາຄານພັດທະນາອາຊີ (ADB) ໃນມື້ນີ້ ທີ່ກອງປະຊຸມປະຈໍາປີຄັ້ງທ່ີ່ 57 ຂອງຕົນ.

ຈຳນວນຄົນທີ່ມີອາຍຸ 60 ປີຂື້ນໄປຢູ່ບັນດາປະເທດກຳລັງພັດທະນາໃນພາກພື້ນອາຊີ ແລະ ປາຊີຟິກ ແມ່ນຈະມີເພີ່ມຂຶ້ນເກືອບສອງເທົ່າພາຍໃນປີ 2050 ຊຶ່ງຈະມີເຖິງ 1.2 ຕື້ຄົນ ຫຼື ປະມານໜຶ່ງສ່ວນສີ່ຂອງປະຊາກອນລວມກັນທັງໝົດ, ເຊິ່ງຈະເຮັດໃຫ້ຄວາມຕ້ອງການເພີ່ມຂຶ້ນສຳລັບແຜນໂຄງການເງິນບໍານານ ແລະ ສະຫວັດດີການ ພ້ອມທັງການບໍລິການດູແລຮັກສາສຸຂະພາບ ຢ່າງຫຼວງຫຼາຍ. ໃນເວລາດຽວກັນ, ບັນດາ ພື້ນຖານ ເສດຖະກິດ ມີ ໂອກາດ ເກັບ ກ່ຽວ " ຜົນຈາກອາຍຸການເຮັດວຽກໄລຍະຍາວຂຶ້ນຂອງຜູ້ສູງອາຍຸ (Silver dividend)" ໃນ ຮູບແບບ ຜະລິດຕະພາບເພີ່ມຕື່ມ ຈາກ ຜູ້ ສູງ ອາຍຸ, ເຊິ່ງສາມາດ ຊຸກຍູ້ ລວມຍອດ ຜະລິດ ຕະພັນ ພາຍ ໃນ ຂອງ ພາກ ພື້ນໃຫ້ສູງຂຶ້ນ ໂດຍ ສະ ເລ່ຍ 0.9%.

ທ່ານ ອາລເບີດ ປາກ (Albert Park) ຫົວໜ້ານັກເສດຖະສາດຂອງ ADB ໄດ້ໃຫ້ຮູ້ວ່າ "ການພັດທະນາຢ່າງວ່ອງໄວຂອງອາຊີແມ່ນເລື່ອງຂອງຜົນສຳເລັດ, ແຕ່ມັນຍັງເພີ່ມແຮງຊຸກຍູ້ການປ່ຽນແປງທາງດ້ານປະຊາກອນຢ່າງໃຫຍ່ຫຼວງ, ແລະຄວາມກົດດັນແມ່ນມີເພີ່ມຂຶ້ນ", ທ່ານ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ "ດຽວນີ້ ລັດຖະບານທຸກປະເທດ ຈຳເປັນຕ້ອງ ກຽມ ພ້ອມ ເພື່ອວ່າ ພວກເຂົາເຈົ້າຈະ ສາມາດ ຊ່ວຍ ຊາວ ອາຊີ ອາຍຸສູງຫຼາຍ ຮ້ອຍ ລ້ານ ຄົນ ໃຫ້ ໄດ້ດີ. ນະໂຍບາຍຄວນຈະສະໜັບສະໜູນການລົງທຶນຕະຫຼອດຊີບໃນດ້ານ ສາທາລະນະສຸກ, ການສຶກສາ, ທັກສະ, ແລະການກຽມພ້ອມທາງດ້ານການເງິນສໍາລັບການບໍານານ. ສາຍພົວພັນໃນຄອບຄົວ ແລະ ສັງຄົມກໍ່ມີຄວາມສຳຄັນຕໍ່ການສົ່ງເສີມປະຊາກອນຜູ້ສູງອາຍຸໃຫ້ມີສຸຂະພາບແຂງແຮງ ແລະ ປະກອບສ່ວນຜະລິດຕະພາບເຂົ້າໃນສັງຄົມໃຫ້ໄດ້ສຸດຂີດ."

ອີງ ຕາມ ບົດລາຍ ງານທີ່ລະບຸ ວ່າ, 40% ຂອງ ປະຊາກອນຜູ້ ທີ່ ມີ ອາ ຍຸ ສູງ ກວ່າ 60 ປີ ໃນ ພາກພື້ນອາ ຊີ ແລະ ປາ ຊີ ຟິກ ຂາດ ການ ເຂົ້າ ເຖິງ ບໍາ ນານທຸກຮູບແບບ ໂດຍ ທີ່ ແມ່ ຍິງ ໄດ້ ຮັບ ຜົນ ກະ ທົບ ຢ່າງບໍ່ ສົມ ສ່ວນ, ຍ້ອນ ວ່າພວກ ເຂົາ ເຈົ້າ ມີ ແນວ ໂນ້ມ ທີ່ ຈະ ເຮັດ ວຽກ ເຮືອນ ທີ່ ບໍ່ ໄດ້ ຮັບ ຄ່າ ຈ້າງຫຼາຍກ່ວາ. ດັ່ງນັ້ນ, ຊາວເອເຊຍທີ່ມີອາຍຸສູງຫຼາຍຄົນບໍ່ມີທາງເລືອກ ນອກຈາກຈະເຮັດວຽກເກີນອາຍຸບໍານານເພື່ອຄວາມຢູ່ລອດ. ໃນ ບັນ ດາ ຜູ້ ທີ່ ຍັງ ເຮັດ ວຽກ ໃນ ເກນອາ ຍຸ 65 ປີ ຂຶ້ນ ໄປ, 94% ເຮັດ ວຽກ ໃນ ຂະ ແໜງ ນອກລະບົບ, ຊຶ່ງ ໂດຍ ປົກ ກະ ຕິແລ້ວ ບໍ່ ມີ ການ ປົກ ປ້ອງ ແຮງ ງານ ຂັ້ນ ພື້ນ ຖານ ຫຼື ເງິນ ບໍາ ນານ.

ສິ່ງທ້າທາຍທາງດ້ານສຸຂະພາບທາງຮ່າງກາຍ ແລະ ຈິດໃຈທີ່ເພີ່ມຂຶ້ນຕາມອາຍຸ, ປະມານ 60% ຂອງຊາວເອເຊຍທີ່ອາຍຸສູງບໍ່ໄດ້ເຂົ້າຮ່ວມ ຫຼື ໄດ້ຮັບການກວດສຸຂະພາບເປັນປົກກະຕິ, ໃນຂະນະທີ່ 31% ລາຍງານວ່າ ມີອາການຊຶມເສົ້າ ສາເຫດຍ້ອນການເຈັບປ່ວຍ, ຄວາມໂດດດ່ຽວໃນສັງຄົມ, ແລະຄວາມບໍ່ໝັ້ນຄົງທາງດ້ານເສດຖະກິດ. ແມ່ຍິງທີ່ອາຍຸສູງໃນພາກພື້ນຍັງມີແນວໂນ້ມຫຼາຍກວ່າຜູ້ຊາຍອາຍຸສູງ ທີ່ຈະທົນທຸກຈາກສຸຂະພາບບໍ່ດີ, ຈາກຄວາມຫົົດຫູ່ຕໍ່ພະຍາດເບົາຫວານ ແລະ ຄວາມດັນເລືອດສູງ.

ບົດ ລາຍ ງານຍັງໄດ້ ສະເໜີແນະເຖິງ ມາດ ຕະ ການ ນະ ໂຍ ບາຍຫຼາຍຮູບແບບ ທີ່ຈະ ສະ ໜັບສະ ໜູນ ແກ່ການສູງອາຍຸໃຫ້ສຸ ຂະ ພາບດີ ແລະ ຮັບປະກັນທາງດ້ານ ເສດ ຖະ ກິດ. ໃນ ນັ້ນ ລວມ ມີ ແຜນການ ປະກັນ ສຸຂະພາບ ແລະ ເງິນ ບໍານານ ທີ່ ລັດຖະບານ ຊ່ວຍ ເຫຼືອ, ພື້ນຖານ ໂຄງ ລ່າງ ດ້ານ ສາທາລະນະສຸກທີ່ໄດ້ຮັບການປັບປຸງ, ແລະການ ກວດສຸຂະພາບປະຈຳປີ ແລະ ການປະເມີນວິຖີການດຳເນີນຊີວິດ ໂດຍ ບໍ່ ເສຍ ຄ່າ. ຜູ້ວາງນະໂຍບາຍຄວນວາງເປົ້າໝາຍແນໃສ່ ການປົກຄຸມການບໍລິການສຸຂະພາບທົ່ວໜ້າ, ໃນຂະນະທີ່ ການປົກປ້ອງແຮງງານຂັ້ນພື້ນຖານຄວນຈະໄດ້ຮັບການຂະຫຍາຍໄປສູ່ຊາວຜູ້ອອກແຮງງານນອກລະບົບທີ່ມີອາຍຸສູງ.

ດ້ວຍການເຮັດໃຫ້ອາຍຸການບໍານານແບບບັງຄັບໃຫ້ມີຄວາມຜ່ອນຜັັນຍິ່ງຂຶ້ນ, ການຊ່ວຍໃຫ້ຜູ້ສູງອາຍຸມີຂະພາບແຂງແຮງ ແລະການໃຫ້ໂອກາດໃນການເຮັດວຽກທີ່ເໝາະສົມແກ່ພວກເຂົາເຈົ້າ, ພ້ອມກັບການຮຽນຮູ້ ແລະ ການພັດທະນາທັກສະຕະຫຼອດຊີບ, ບັນດາປະເທດເສດຖະກິດໃນພາກພື້ນສາມາດຊ່ວຍໃຫ້ຜູ້ສູງອາຍຸໃນອາຊີຢູຢ່າງມີປະສິດຕິພາບໄດ້ຍາວນານຂຶ້ນ.

ADB ມີຄວາມມຸ່ງໝັ້ນທີ່ຈະເຮັດໃຫ້ພາກພື້ນອາຊີ ແລະ ປາຊີຟິກມີຄວາມຈະ ເລີນຮຸ່ງເຮືອງ, ມີການພັດທະນາຢ່າງທົ່ວເຖິງ ແລະ ຍືນຍົງ, ມີຄວາມພ້ອມໃນການຮັບມືກັບການປ່ຽນແປງດີນຟ້າອາກາດ, ພ້ອມທັງມີຄວາມພະຍາຍາມໃນການລົບລ້າງ ຄວາມທຸກຍາກ. ADB ສ້າງຕັ້ງຂຶ້ນໃນປີ 1966, ມີ 68 ປະເທດສະມາຊິກ ຊຶ່ງໃນນັ້ນມີ 49 ປະເທດມາຈາກພາກພື້ນອາຊີ ແລະ ປາຊີິຟິກ.